ສ້າງແອັບບໍລິການສັ່ງອາຫານກັບບ້ານທີ່ມີຄຸນນະພາບສູງ, ຮ່ວມມືກັບແບຣນລະດັບໂລກ ແລະ ຮ້ານຄ້າຊັ້ນນຳຈັດສົ່ງອາຫານແຊບທີ່ຫຼາກຫຼາຍເຖິງບ້ານທ່ານ
ລວບລວມຮ້ານອາຫານຫຼາກຫຼາຍປະເພດ, ຄອບຄຸມທັງອາຫານແຊບທ້ອງຖິ່ນ, ກາເຟຊານົມ, ໝາກໄມ້ສົດ, ດອກໄມ້, ຂອງຂວັນ ແລະ ສິນຄ້າຊຸບເປີ້ມາກເກັດ, ທັງໝົດນີ້ພ້ອມໃຫ້ບໍລິການໃນແອັບ E-GetS ເທົ່ານັ້ນ!
ສັ່ງຊື້ງ່າຍໆພຽງຄລິກດຽວ,ເບິ່ງສະຖານະຄຳສັ່ງຊື້ແບບຣຽວທາມ,ຈັດສົ່ງຕົງເວລາ
ມີທີມໄຣເດີ້ທີ່ເຊື່ອຖືໄດ້ ແລະ ແຂງແກ່ນ, ບໍລິການຈັດສົ່ງແກ່ຜູ້ໃຊ້ຕະຫຼອດ 24 ຊົ່ວໂມງ ແລະ ຈັດສົ່ງດ່ວນພາຍໃນ 30 ນາທີ, ເພື່ອຮັບປະກັນປະສົບການການໃຊ້ງານທີ່ດີທີ່ສຸດແກ່ຜູ້ໃຊ້
ສ້າງແອັບຊັອບປິ້ງອອນໄລນ໌ໃນທ້ອງຖິ່ນ,ສາມາດຊື້ເຄື່ອງໃຊ້ປະຈຳວັນງ່າຍໆ,ມີການຮັບປະກັນການຮ່ວມມືກັບຮ້ານຄ້າແບຣນຊັ້ນນຳ, ສິນຄ້າຂາຍດີມີໂປຣໂມຊັ່ນທຸກມື້
Dola Mall ໄດ້ປັກຫຼັກຢູ່ໃນຕະຫຼາດກຳປູເຈຍ,ໂດຍແອັບໄດ້ຍຶດເອົາ “ສິນຄ້າຂອງແທ້, ລາຄາປະຢັດ ແລະ ທັນສະໄໝ”ເປັນແນວຄິດຫຼັກ, ໂດຍໄດ້ລວບລວມເອົາສິນຄ້າທີ່ມີຄຸນນະພາບສູງ ແລະ ລາຄາປະຢັດຈາກທົ່ວເວັບ, ເພື່ອໃຫ້ຜູ້ໃຊ້ສາມາດສັ່ງຊື້ໄດ້ຕະຫຼອດເວລາ
ແອັບເນັ້ນການຈຳໜ່າຍເອງເປັນຫຼັກ, ສິນຄ້າຄັດສັນຈາກທົ່ວໂລກ ແລະ ຍັງຮອງຮັບການຊຳລະເງິນແບບປາຍທາງອີກດ້ວຍ
ຈັດສົ່ງວ່ອງໄວຕະຫຼອດ24ຊົ່ວໂມງ, ມຸ່ງໝັ້ນທີ່ຈະເປັນແອັບຊັອບປິ້ງອອນໄລນ໌ທີ່ສະດວກທີ່ສຸດ
ໃຫ້ບໍລິການການຊື້ແບບກຸ່ມ, ປາຕີ້ສັງສັນ,ປະເພດສິນຄ້າຄົບຄັນ,ເປີດປະສົບການໃນການປາຕີ້ແບບໃໝ່
ຄອບຄຸມບໍລິການທາງດ້ານການດຳລົງຊີວິດຕ່າງໆເຊັ່ນ: ອາຫານ, ທີ່ພັກໂຮງແຮມ, ສະປາເພື່ອສຸຂະພາບ, ຄວາມງາມ ແລະ ເສັ້ນຜົມ, ບາຣ໌ຄາລາໂອເກະ ແລະ ອິນເຕີເນັດຄາເຟ່ເປັນຕົ້ນ
ມຸ່ງໝັ້ນທີ່ຈະສ້າງແອັບການຊື້ແບບກຸ່ມທີ່ຜູ້ໃຊ້ວາງໃຈ ແລະ ເພິ່ງພໍໃຈ, ໃຫ້ບໍລິການການຊື້ແບບກຸ່ມແກ່ຜູ້ໃຊ້ສໍາລັບສິນຄ້າຄຸນນະພາບສູງ ແລະ ສົ່ງເສີມການບໍລິໂພກແບບໃໝ່
ໃຫ້ບໍລິການການສະແກນລະຫັດQRເພື່ອສັ່ງອາຫານທີ່ສະດວກ ແລະ ມີປະສິດທິພາບ, ລູກຄ້າພຽງແຕ່ສະແກນລະຫັດQRໃນຮ້ານອາຫານດ້ວຍໂທລະສັບມືຖື, ກໍສາມາດເຂົ້າສູ້ລະບົບສັ່ງອາຫານໂດຍກົງ
ເບິ່ງເມນູອາຫານ, ສັ່ງຊື້ ແລະ ຊໍາລະເງິນຜ່ານໂທລະສັບມືຖື, ລະບົບຈະປະມວນຜົນຄໍາສັ່ງຊື້ຕາມເວລາຕົວຈິງ, ຊ່ວຍຫຼຸດຜ່ອນເວລາລໍຖ້າຂອງລູກຄ້າ, ເພີ່ມປະສິດທິພາບ ແລະ ປະສົບການການຮັບປະທານອາຫານ
ຄັດສັນຮ້ານອາຫານທີ່ມີຄຸນນະພາບດີເລີດ, ໃຫ້ບໍລິການທາງເລືອກຮັບອາຫານເອງທີ່ຮ້ານໂດຍອີງຕາມພື້ນຖານຂອງການຈັດສົ່ງອາຫານກັບບ້ານ
ໃຫ້ບໍລິການຈອງລ່ວງໜ້າ ແລະ ເລືອກເວລາໄປຮັບອາຫານເອງ, ເພື່ອຫຼີກເວັ້ນການລໍຖ້າຄິວເປັນເວລາດົນ, ພ້ອມທັງຮັບປະກັນຄວາມສົດໃໝ່ ແລະ ລົດຊາດຂອງອາຫານອີກດ້ວຍ
ກ່ຽວກັບບໍລິສັດ
ຄໍາແນະນໍາທຸລະກິດ
ຮ້ານຄ້າທີ່ເຂົ້າຮ່ວມ
ຮັບສະໝັກ
ຄວາມຮັບຜິດຊອບຕໍ່ສັງຄົມ
ສູນຂ່າວ
ຕິດຕໍ່ພວກເຮົາ
2018 © E-GetS TECHNOLOGY CO , LTD